YouVersion Logo
Search Icon

ໂຢຮັນ 2

2
ງານ​ສົມຣົດ​ທີ່​ບ້ານ​ການາ
1ສາມ​ວັນ​ຕໍ່ມາ ໄດ້​ມີ​ງານ​ສົມຣົດ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ ແລະ​ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ, 2ຝ່າຍ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ຖືກ​ເຊີນ​ໄປ​ຮ່ວມ​ໃນ​ງານ​ນັ້ນ​ເໝືອນກັນ. 3ເມື່ອ​ເຫຼົ້າ​ອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ໝົດ​ເຫຼົ້າ​ອະງຸ່ນ​ແລ້ວ.”
4ພຣະເຢຊູເຈົ້າ​ຕອບ​ວ່າ, “ນາງ​ເອີຍ ປະ​ໃຫ້​ເປັນ​ທຸລະ​ຂອງເຮົາ​ເສຍ ເພາະ​ເວລາ​ຂອງເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ.”
5ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”
6ໃນ​ບ່ອນ​ນັ້ນ​ມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ ຄື​ອ່າງ​ທີ່​ຊາວ​ຢິວ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ທຳນຽມ ອ່າງ​ແຕ່ລະ​ໜ່ວຍ​ໃສ່​ນໍ້າ​ໄດ້​ປະມານ​ຮ້ອຍ​ລິດ. 7ພຣະເຢຊູເຈົ້າ​ບອກ​ພວກ​ຄົນ​ຮັບໃຊ້​ນັ້ນ​ວ່າ, “ຈົ່ງ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ໃຫ້​ເຕັມ.” ພວກເຂົາ​ກໍ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ເຕັມ​ພຽງ​ປາກ 8ແລ້ວ​ພຣະອົງ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ເອົາ​ໄປ​ໃຫ້​ເຈົ້າ​ພະນັກງານ​ຜູ້​ທີ່​ກຳກັບ​ງານກິນລ້ຽງ.” ພວກເຂົາ​ກໍ​ຕັກ​ໄປ​ໃຫ້. 9ເມື່ອ​ເຈົ້າ​ພະນັກງານ​ຊີມ​ນໍ້າ​ທີ່​ກາຍເປັນ​ເຫຼົ້າ​ອະງຸ່ນ​ແລ້ວ ລາວ​ກໍ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ຕັກ​ນໍ້າ​ກໍ​ຮູ້) ສະນັ້ນ ລາວ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ 10ແລະ​ກ່າວ​ວ່າ, “ທຸກຄົນ​ເຄີຍ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ​ເມື່ອ​ພວກເຂົາ​ດື່ມ​ຫລາຍ​ແລ້ວ ຈຶ່ງ​ເອົາ​ອັນ​ບໍ່​ດີ​ອອກ​ມາ, ແຕ່​ເຈົ້າ​ພັດ​ກັກ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ໄວ້​ຈົນເຖິງ​ດຽວ​ນີ້​ນໍ.”
11ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.
12ພາຍ​ຫລັງ​ເຫດການ​ນີ້​ແລ້ວ ພຣະເຢຊູເຈົ້າ​ໄດ້​ລົງ​ໄປ​ທີ່​ເມືອງ​ກາເປນາອູມ ພ້ອມ​ທັງ​ແມ່, ພວກ​ນ້ອງຊາຍ ແລະ​ພວກ​ສາວົກ​ຂອງ​ພຣະອົງ ພວກເພິ່ນ​ໄດ້​ຢູ່​ທີ່​ນັ້ນ​ບໍ່​ຫລາຍ​ວັນ.
ພຣະເຢຊູເຈົ້າ​ຊົງ​ຊຳລະ​ພຣະວິຫານ
(ມທ 21:12-13; ມຣກ 11:15-17; ລກ 19:45-46)
13ພໍ​ເທດສະການ​ປັດສະຄາ​ຂອງ​ພວກ​ຢິວ​ໃກ້​ຈະ​ມາ​ເຖິງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. 14ໃນ​ພຣະວິຫານ ພຣະອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ຂາຍ​ແກະ, ຂາຍ​ນົກເຂົາ ແລະ​ພວກ​ຮັບ​ແລກ​ປ່ຽນ​ເງິນ ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. 15ພຣະອົງ​ຈຶ່ງ​ເອົາ​ເຊືອກ​ເຮັດ​ເປັນ​ແສ້ ໄລ່​ຄົນ​ເຫຼົ່ານັ້ນ​ພ້ອມ​ກັບ​ແກະ ແລະ​ງົວ​ທັງໝົດ​ໃຫ້​ອອກ​ໄປ​ຈາກ​ພຣະວິຫານ ແລ້ວ​ພຣະອົງ​ກໍ​ຂວໍ້າ​ໂຕະ​ຂອງ​ພວກຄົນ​ຮັບ​ແລກ​ປ່ຽນ​ເງິນ ແລະ​ຖອກ​ເງິນ​ອັດ​ຖິ້ມ, 16ພຣະອົງ​ສັ່ງ​ພວກ​ທີ່​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫຼົ່ານີ້​ອອກ​ໄປ ຢ່າ​ເຮັດ​ໃຫ້​ວິຫານ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ບ່ອນ​ຄ້າ​ຂາຍ.” 17ພວກ​ສາວົກ​ຂອງ​ພຣະອົງ ຈຶ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ໄດ້​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ ກໍ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ພາຍ​ໃນ​ຂ້ານ້ອຍ.” 18ພວກ​ຜູ້ນຳ​ຢິວ​ໄດ້​ຖາມ​ພຣະອົງ​ວ່າ, “ເຈົ້າ​ຈະ​ສະແດງ​ໝາຍສຳຄັນ​ການ​ອັດສະຈັນ​ອັນໃດ​ໃຫ້​ພວກເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການ​ນີ້?”
19ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຖ້າ​ມ້າງ​ພຣະວິຫານ​ນີ້​ລົງ​ເສຍ ແລະ​ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ.” 20ພວກ​ຜູ້ນຳ​ຢິວ​ຈຶ່ງ​ເວົ້າ​ວ່າ, “ເຂົາ​ໄດ້​ສ້າງ​ພຣະວິຫານ​ນີ້​ຂຶ້ນ ໃຊ້​ເວລາ​ເຖິງ​ສີ່ສິບຫົກ​ປີ​ຈຶ່ງ​ສຳເລັດ ສ່ວນ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ​ຊັ້ນບໍ?” 21ພຣະວິຫານ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຖິງ​ນັ້ນ ແມ່ນ​ຮ່າງກາຍ​ຂອງ​ພຣະອົງ​ເອງ. 22ດັ່ງນັ້ນ ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ສາວົກ​ຈຶ່ງ​ລະນຶກເຖິງ​ຄຳ​ເວົ້າ ທີ່​ພຣະອົງ​ເຄີຍ​ໄດ້​ກ່າວ ແລະ​ພວກເພິ່ນ​ກໍໄດ້​ເຊື່ອ​ພຣະຄຳພີ​ກັບ​ທັງ​ຖ້ອຍຄຳ ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ.
ພຣະເຢຊູເຈົ້າ​ຊົງ​ຮູ້ຈັກ​ມະນຸດ​ທຸກຄົນ
23ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຍາມ​ເທດສະການ​ສະຫລອງ​ປັດສະຄາ​ນັ້ນ ໄດ້​ມີ​ຫລາຍ​ຄົນ​ຮັບ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ. 24ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ໄວ້ວາງໃຈ​ໃນ​ຄົນ​ເຫຼົ່ານັ້ນ ເພາະ​ພຣະອົງ​ຮູ້ຈັກ​ມະນຸດ​ທຸກຄົນ. 25ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ບອກ​ພຣະອົງ​ເຖິງ​ເລື່ອງ​ຂອງ​ມະນຸດ ເພາະ​ພຣະອົງ​ເອງ​ຮູ້​ດີ​ວ່າ ມີ​ຫຍັງ​ແດ່​ຢູ່​ໃນ​ໃຈ​ຂອງ​ມະນຸດ.

Currently Selected:

ໂຢຮັນ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy