YouVersion Logo
Search Icon

ໂຢຮັນ 1

1
ພຣະທຳ​ແຫ່ງ​ຊີວິດ
1ເມື່ອ​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ເປັນ​ຢູ່​ແລ້ວ ພຣະທຳ​ນັ້ນ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ ແລະ​ພຣະທຳ​ນັ້ນ​ແຫຼະ ຊົງ​ເປັນ​ພຣະເຈົ້າ. 2ແຕ່​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ. 3ພຣະເຈົ້າ​ໄດ້​ຊົງ​ສ້າງ​ທຸກສິ່ງ​ຂຶ້ນ​ໂດຍ​ທາງ​ພຣະທຳ ໃນ​ບັນດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່ມີ​ສິ່ງ​ໜຶ່ງ​ສິ່ງໃດ​ທີ່​ເປັນ​ມາ​ໂດຍ​ນອກຈາກ​ພຣະທຳ. 4ພຣະທຳ​ນັ້ນ ຊົງ​ມີ​ຊີວິດ​ຢູ່​ໃນ​ພຣະອົງ​ເອງ ແລະ​ຊີວິດ​ນັ້ນ​ເປັນ​ຄວາມ​ສະຫວ່າງ​ຂອງ​ມະນຸດ. 5ຄວາມ​ສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ​ຄວາມມືດ​ນັ້ນ ກໍ​ເອົາ​ຊະນະ​ຄວາມ​ສະຫວ່າງ​ບໍ່ໄດ້​ຈັກເທື່ອ.
6ພຣະເຈົ້າ​ໄດ້​ໃຊ້​ຜູ້ໜຶ່ງ​ມາ ຊື່​ວ່າ, “ໂຢຮັນ” 7ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ສະຫວ່າງ ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຍ້ອນ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ນັ້ນ. 8ເພິ່ນ​ເອງ​ບໍ່ແມ່ນ​ຄວາມ​ສະຫວ່າງ ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເລື່ອງ​ຄວາມ​ສະຫວ່າງ. 9ນີ້​ແມ່ນ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ ຄື​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກ ແລະ​ສ່ອງ​ແກ່​ຄົນ​ທັງປວງ.
10ພຣະອົງ​ໄດ້​ສະຖິດ​ຢູ່​ໃນ​ໂລກ, ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໂດຍ​ທາງ​ພຣະອົງ ແຕ່​ໂລກ​ບໍ່ໄດ້​ຮູ້ຈັກ​ພຣະອົງ. 11ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ. 12ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ. 13ຊຶ່ງ​ບໍ່ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພຣະເຈົ້າ.
14ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ. 15ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ຂອງ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ແຫຼະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”
16ພວກເຮົາ​ທຸກຄົນ​ໄດ້​ຮັບ​ຄວາມ​ຄົບ​ບໍຣິບູນ​ຈາກ​ພຣະອົງ ເປັນ​ພຣະຄຸນ​ຊ້ອນ​ພຣະຄຸນ. 17ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. 18ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.
ຄຳ​ພະຍານ​ຂອງ​ໂຢຮັນ​ບັບຕິສະໂຕ
(ມທ 3:1-12; ມຣກ 1:1-8; ລກ 3:1-18)
19ນີ້​ແມ່ນ​ຄຳ​ພະຍານ​ຂອງ​ໂຢຮັນ ໃນ​ເວລາ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ໃຊ້​ພວກ​ປະໂຣຫິດ ແລະ​ພວກ​ເລວີ​ບາງຄົນ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ຖາມ​ເພິ່ນ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?”
20ໂຢຮັນ​ກໍ​ບໍ່ໄດ້​ປະຕິເສດ ຄື​ຍອມ​ຮັບ​ວ່າ, “ເຮົາ​ບໍ່ແມ່ນ​ພຣະຄຣິດ.”
21ພວກເຂົາ​ຈຶ່ງ​ຖາມ​ອີກ​ວ່າ, “ຖ້າດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?”
ໂຢຮັນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ​ເອລີຢາ.”
ພວກເຂົາ​ຖາມ​ວ່າ, “ທ່ານ​ເປັນ​ຜູ້ທຳນວາຍ​ບໍ”?
ໂຢຮັນ​ຕອບ​ວ່າ, “ບໍ່ແມ່ນ.”
22ພວກເຂົາ​ຈຶ່ງ​ຖາມ​ຕື່ມ​ອີກ​ວ່າ, “ຖ້າດັ່ງນັ້ນ ບອກ​ພວກເຮົາ​ແດ່​ວ່າ ທ່ານ​ແມ່ນ​ຜູ້ໃດ​ແທ້? ເພື່ອ​ພວກເຮົາ​ຈະ​ໄດ້​ນຳ​ເອົາ​ຄຳຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ພວກເຮົາ​ມາ, ທ່ານ​ວ່າ ທ່ານ​ເອງ​ເປັນ​ຜູ້ໃດ?”
23ໂຢຮັນ​ຈຶ່ງ​ຕອບ​ວ່າ,
“ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຊື່​ໄປ ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້.”
24ພວກ​ທີ່​ຖືກ​ໃຊ້​ມາ​ນັ້ນ​ແມ່ນ​ຄົນ​ໃນ​ພວກ​ຟາຣີຊາຍ 25ພວກເຂົາ​ຖາມ​ໂຢຮັນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດ, ບໍ່ແມ່ນ​ເອລີຢາ ແລະ​ບໍ່ແມ່ນ​ຜູ້ທຳນວາຍ​ແລ້ວ, ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”
26ໂຢຮັນ​ຕອບ​ພວກເຂົາ​ວ່າ, “ເຮົາ​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ແຕ່​ມີ​ຜູ້ໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກທ່ານ ທີ່​ພວກທ່ານ​ບໍ່​ຮູ້ຈັກ. 27ຜູ້ນັ້ນ​ແຫຼະ ມາ​ພາຍ​ຫລັງ​ເຮົາ ເຮົາ​ບໍ່​ສົມຄວນ​ຈະ​ແກ້​ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.”
28ເຫດການ​ເຫຼົ່ານີ້​ໄດ້​ເກີດຂຶ້ນ​ທີ່​ບ້ານ​ເບັດທານີ ຟາກ​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ​ຢູ່.
ລູກແກະ​ຂອງ​ພຣະເຈົ້າ
29ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ 30ຜູ້​ນີ້​ແຫຼະ ທີ່​ເຮົາ​ໄດ້​ບອກ​ວ່າ, ‘ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ.’ 31ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ອິດສະຣາເອນ ເຮົາ​ຈຶ່ງ​ໄດ້​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ.”
32ຝ່າຍ​ໂຢຮັນ​ໄດ້​ໃຫ້​ຄຳ​ພະຍານ​ນີ້​ວ່າ, “ເຮົາ​ໄດ້​ເຫັນ​ພຣະວິນຍານ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຈາກ​ທ້ອງຟ້າ ແລະ​ສະຖິດ​ຢູ່​ເທິງ​ທ່ານ. 33ເຮົາ​ເອງ​ຍັງ​ບໍ່​ຮູ້ຈັກ ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ ໄດ້​ກ່າວ​ແກ່​ເຮົາ​ວ່າ, ‘ເຈົ້າ​ຈະ​ເຫັນ​ພຣະວິນຍານ​ລົງ​ມາ​ຢູ່​ເທິງ​ຄົນ​ໃດ ຄົນ​ນັ້ນ​ແຫຼະ ເປັນ​ຜູ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ’ 34ແລະ​ເຮົາ​ກໍໄດ້​ເຫັນ​ແລ້ວ​ຈຶ່ງ​ຂໍ​ເປັນ​ພະຍານ​ວ່າ ທ່ານ​ຜູ້​ນີ້​ແຫຼະ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”
ສາວົກ​ໝວດ​ທຳອິດ​ຂອງ​ພຣະເຢຊູເຈົ້າ
35ວັນ​ຕໍ່ມາ​ອີກ ໂຢຮັນ​ໄດ້​ຢືນ​ຢູ່​ກັບ​ພວກ​ລູກສິດ​ສອງ​ຄົນ​ຂອງຕົນ 36ເມື່ອ​ເພິ່ນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ໄປ ຈຶ່ງ​ກ່າວ​ວ່າ, “ຫັ້ນ​ເດ ລູກແກະ​ຂອງ​ພຣະເຈົ້າ.”
37ເມື່ອ​ສິດ​ທັງສອງ​ໄດ້ຍິນ​ໂຢຮັນ​ເວົ້າ​ດັ່ງນັ້ນ ຈຶ່ງ​ໄດ້​ຍ່າງ​ຕາມ​ພຣະເຢຊູເຈົ້າ​ໄປ. 38ພຣະເຢຊູເຈົ້າ​ຫລຽວ​ຄືນ​ຫລັງ​ເຫັນ​ສອງ​ຄົນ​ຕິດຕາມ​ມາ ພຣະອົງ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຊອກ​ຫາ​ຫຍັງ?”
ພວກເພິ່ນ​ຕອບ​ວ່າ, “ຣັບບີ (ຄຳ​ນີ້​ແປ​ວ່າ, ‘ອາຈານ’) ທ່ານ​ພັກ​ຢູ່​ທີ່​ໃດ?”
39ພຣະອົງ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ເຊີນມາ ແລະ​ເບິ່ງເອົາ.” ພວກເພິ່ນ​ກໍ​ໄປ​ກັບ​ພຣະອົງ ແລະ​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ໃນ​ວັນ​ນັ້ນ ພວກເພິ່ນ​ກໍໄດ້​ພັກ​ຢູ່​ກັບ​ພຣະອົງ (ເພາະ​ໃນ​ຂະນະ​ນັ້ນ​ເປັນ​ເວລາ​ສີ່​ໂມງ​ແລງ​ແລ້ວ).
40ອັນເດອາ ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ​ເປັນ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ທີ່​ໄດ້ຍິນ​ໂຢຮັນ​ເວົ້າ ແລະ​ຍ່າງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ. 41ອັນເດອາ​ໄດ້​ໄປ​ຫາ​ຊີໂມນ​ອ້າຍ​ຂອງຕົນ​ກ່ອນ ຈຶ່ງ​ບອກ​ລາວ​ວ່າ, “ເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ.” (ແປ​ວ່າ, “ພຣະຄຣິດ”) 42ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ.
ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).
ພຣະເຢຊູເຈົ້າ​ເອີ້ນ​ເອົາ​ຟີລິບ ແລະ ນະທານາເອັນ
43ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” ( 44ຟີລິບ​ເປັນ​ຄົນ​ມາ​ຈາກ​ເບັດສາອີດາ​ເປັນ​ເມືອງ​ທີ່​ອັນເດອາ ແລະ ເປໂຕ​ຢູ່). 45ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”
46ນະທານາເອັນ​ຖາມ​ຟີລິບ​ວ່າ, “ມີ​ສິ່ງ​ດີ​ອັນ​ໃດ ມາ​ຈາກ​ນາຊາເຣັດ​ບໍ?”
ຟີລິບ​ຕອບ​ວ່າ, “ໃຫ້​ມາ​ເບິ່ງ​ເອົາ.”
47ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”
48ນະທານາເອັນ ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ເຈົ້າ​ແລ້ວ ຕອນ​ທີ່​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ ກ່ອນ​ທີ່​ຟີລິບ​ເອີ້ນ​ເຈົ້າ.”
49ນະທານາເອັນ ຕອບ​ພຣະອົງ​ວ່າ, “ພຣະອາຈານ​ເຈົ້າ​ເອີຍ, ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ທ່ານ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”
50ພຣະເຢຊູເຈົ້າ​ໄດ້​ຕອບ​ລາວ​ວ່າ, “ເຈົ້າ​ໄດ້​ເຊື່ອ​ເພາະ​ເຮົາ​ບອກ​ເຈົ້າ​ວ່າ ເຮົາ​ໄດ້​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ​ນັ້ນ​ບໍ? ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ກວ່າ​ນີ້​ອີກ.” 51ພຣະເຢຊູເຈົ້າ​ກ່າວ​ຕື່ມ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ຝູງ​ເທວະດາ​ຂອງ​ພຣະເຈົ້າ ກໍ​ຂຶ້ນໆ​ລົງໆ​ເທິງ​ບຸດ​ມະນຸດ.”

Currently Selected:

ໂຢຮັນ 1: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy