YouVersion Logo
Search Icon

ໂຢຮັນ 5

5
ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນ​ເຈັບປ່ວຍ​ທີ່​ແຄມ​ສະນໍ້າ
1ຫລັງຈາກ​ນັ້ນ ກໍ​ເຖິງ​ເທດສະການ​ຂອງ​ຊາດ​ຢິວ ແລະ​ພຣະເຢຊູເຈົ້າ​ກໍໄດ້​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ. 2ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່. 3ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ. 4ພວກເຂົາ​ລໍ​ຖ້າ​ນໍ້າ​ເຟືອນ. ດ້ວຍວ່າ, ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ລົງ​ມາ​ກວນ​ນໍ້າ​ໃນ​ສະ​ນັ້ນ​ເປັນ​ຍາມ ແລະ​ເມື່ອ​ນໍ້າ​ເຟືອນ ຜູ້ໃດ​ລົງ​ໄປ​ໃນ​ນໍ້າ​ກ່ອນ ຜູ້ນັ້ນ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່. 5ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ໄດ້​ສາມສິບແປດ​ປີ​ມາ​ແລ້ວ, 6ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ນອນ​ຢູ່​ໃນ​ບ່ອນ​ນັ້ນ ພຣະອົງ​ກໍ​ຮູ້​ວ່າ ລາວ​ປ່ວຍ​ເປັນ​ເວລາ​ດົນນານ​ແລ້ວ. ດັ່ງນັ້ນ ພຣະອົງ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ຢາກ​ຫາຍ​ດີ​ບໍ?”
7ຄົນ​ປ່ວຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ບໍ່ມີ​ຜູ້ໃດ​ເອົາ​ຂ້ານ້ອຍ​ລົງ​ໄປ​ໃນ​ສະນໍ້າ​ຕອນ​ທີ່​ນໍ້າ​ເຟືອນ ແລະ​ເມື່ອ​ຂ້ານ້ອຍ​ກຳລັງ​ຈະ​ລົງ​ໄປ ຄົນອື່ນ​ກໍ​ລົງ​ໄປ​ກ່ອນ​ຂ້ານ້ອຍ​ແລ້ວ.”
8ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ​ຍ່າງ​ໄປ.” 9ໃນ​ທັນໃດ ຊາຍ​ຄົນ​ນັ້ນ​ກໍ​ຫາຍ​ດີ​ພະຍາດ ລາວ​ຈຶ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ​ແລ້ວ​ຍ່າງ​ໄປ.
ວັນ​ນັ້ນ​ເປັນ​ວັນ​ຊະບາໂຕ 10ດັ່ງນັ້ນ ເຈົ້າໜ້າທີ່​ຢິວ​ຈຶ່ງ​ເວົ້າ​ກັບ​ຊາຍ​ທີ່​ດີ​ພະຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນ​ຊະບາໂຕ ການ​ທີ່​ເຈົ້າ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ອອກ​ໄປ​ນັ້ນ ເປັນ​ການ​ຜິດ​ກົດບັນຍັດ.” 11ຊາຍ​ນັ້ນ​ຈຶ່ງ​ຕອບ​ວ່າ, “ຄົນ​ທີ່​ເຮັດ​ໃຫ້​ຂ້ານ້ອຍ​ດີ​ພະຍາດ​ໄດ້​ບອກ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ແລ້ວ​ຍ່າງ​ໄປ.”’ 12ພວກເຂົາ​ຈຶ່ງ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ແມ່ນ​ຜູ້ໃດ​ທີ່​ບອກ​ເຈົ້າ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ແລ້ວ​ຍ່າງ​ໄປ?”’ 13ແຕ່​ຊາຍ​ທີ່​ດີ​ພະຍາດ​ບໍ່​ຮູ້​ວ່າ​ແມ່ນ​ຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າ​ໄດ້​ໜີໄປ​ແລ້ວ​ເພາະວ່າ​ບ່ອນ​ນັ້ນ​ມີ​ຄົນ​ຫລາຍ. 14ພາຍຫລັງມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ພຣະວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ດີ​ພະຍາດ​ແລ້ວ ຢ່າ​ສູ່​ເຮັດ​ບາບ​ອີກ​ຕໍ່ໄປ ຢ້ານ​ວ່າ​ຈະ​ມີ​ເຫດຮ້າຍ​ຫລາຍກວ່າ​ນັ້ນ​ເກີດຂຶ້ນ​ກັບ​ເຈົ້າ.”
15ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ໄປ​ບອກ​ພວກ​ຢິວ​ວ່າ ແມ່ນ​ພຣະເຢຊູເຈົ້າ​ທີ່​ເຮັດ​ໃຫ້​ຕົນ​ດີ​ພະຍາດ. 16ເຫດສະນັ້ນ ພວກ​ຢິວ​ຈຶ່ງ​ໄດ້​ຂົ່ມເຫັງ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ໄດ້​ຊົງ​ກະທຳ​ໃນ​ວັນ​ຊະບາໂຕ. 17ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພຣະບິດາເຈົ້າ​ຂອງເຮົາ​ຍັງ​ກະທຳ​ກິດຈະການ​ຈົນເຖິງ​ດຽວ​ນີ້ ແລະ​ເຮົາ​ກໍ​ເຮັດ​ການ​ນັ້ນ​ເໝືອນກັນ.”
18ຍ້ອນ​ຖ້ອຍຄຳ​ນັ້ນ ຈຶ່ງ​ເຮັດ​ໃຫ້​ພວກ​ຢິວ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ ບໍ່ແມ່ນແຕ່​ພຣະອົງ​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ ເປັນ​ພຣະບິດາເຈົ້າ​ຂອງຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ເອງ​ສະເໝີ​ກັນ​ກັບ​ພຣະເຈົ້າ.
ສິດ​ອຳນາດ​ຂອງ​ພຣະບຸດ
19ພຣະເຢຊູເຈົ້າ​ໄດ້​ຕອບ ແລະ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງໃດ​ໂດຍ​ຕົນເອງ​ບໍ່ໄດ້ ນອກຈາກ​ໄດ້​ເຫັນ​ພຣະບິດາເຈົ້າ​ເຮັດ ສິ່ງ​ທີ່​ພຣະບິດາເຈົ້າ​ເຮັດ​ພຣະບຸດ​ກໍ​ເຮັດ​ເໝືອນກັນ. 20ດ້ວຍວ່າ, ພຣະບິດາ​ຮັກ​ພຣະບຸດ ແລະ​ສຳແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ ທີ່​ພຣະອົງ​ເອງ​ກະທຳ​ຢູ່ ພຣະອົງ​ຈະ​ສຳແດງ​ໃຫ້​ພຣະບຸດ​ເຮັດ​ສິ່ງ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ ຊຶ່ງ​ພວກເຈົ້າ​ຈະ​ອັດສະຈັນ​ໃຈ​ໃນ​ສິ່ງ​ເຫຼົ່ານັ້ນ. 21ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ. 22ເພາະວ່າ ພຣະບິດາເຈົ້າ​ເອງ​ບໍ່​ຕັດສິນ​ຜູ້ໃດ​ຜູ້ໜຶ່ງ, ແຕ່​ພຣະອົງ​ໄດ້​ມອບ​ການ​ພິພາກສາ​ທັງໝົດ​ໃຫ້​ແກ່​ພຣະບຸດ 23ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.
24ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ. 25ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ ຈະ​ໄດ້ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ບັນດາ​ຜູ້​ທີ່​ໄດ້ຍິນ​ກໍ​ຈະ​ມີ​ຊີວິດ. 26ພຣະບິດາເຈົ້າ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍໄດ້​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ. 27ຝ່າຍ​ພຣະບິດາເຈົ້າ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ພິພາກສາ ກໍ​ເພາະ​ພຣະອົງ​ເປັນ​ບຸດ​ມະນຸດ. 28ຢ່າ​ປະຫລາດ​ໃຈ​ໃນ​ເລື່ອງ​ນີ້​ເລີຍ ເພາະ​ຈະ​ເຖິງ​ເວລາ​ທີ່​ບັນດາ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຈະ​ໄດ້ຍິນ​ສຽງ​ຂອງ​ພຣະອົງ 29ແລະ​ຈະ​ໄດ້​ອອກ​ມາ ບັນດາ​ຜູ້​ທີ່​ເຮັດ​ການ​ດີ ກໍ​ຄືນ​ມາ​ສູ່​ຊີວິດ, ແຕ່​ບັນດາ​ຜູ້​ທີ່​ເຮັດ​ການ​ຊົ່ວ ກໍ​ຄືນ​ມາ​ສູ່​ການ​ພິພາກສາ.”
ຂໍ້​ພິສູດ​ແຫ່ງ​ສິດ​ອຳນາດ​ຂອງ​ພຣະເຢຊູເຈົ້າ
30“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”
31“ຖ້າ​ເຮົາ​ເປັນ​ພະຍານ​ໃຫ້​ຕົວ​ເຮົາ​ເອງ ຄຳ​ພະຍານ​ຂອງເຮົາ​ກໍ​ບໍ່​ເປັນ​ຄວາມຈິງ. 32ມີ​ຜູ້ໜຶ່ງ​ອີກ​ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ ແລະ​ເຮົາ​ກໍ​ຮູ້​ວ່າ​ຄຳ​ພະຍານ​ຂອງ​ຜູ້ນັ້ນ​ກ່ຽວກັບ​ເຮົາ​ກໍ​ເປັນ​ຄວາມຈິງ. 33ເຈົ້າ​ທັງຫລາຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢຮັນ ແລະ​ໂຢຮັນ​ໄດ້​ເປັນ​ພະຍານ​ໃນ​ເລື່ອງ​ຂອງ​ຄວາມຈິງ. 34ແຕ່​ຝ່າຍ​ເຮົາ, ເຮົາ​ບໍ່ໄດ້​ຮັບ​ຄຳ​ພະຍານ​ຈາກ​ມະນຸດ ເຮົາ​ເວົ້າ​ສິ່ງ​ເຫຼົ່ານີ້​ກໍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ລອດພົ້ນ. 35ໂຢຮັນ​ເປັນ​ດັ່ງ​ໂຄມໄຟ​ທີ່​ໃຕ້​ສ່ອງ​ແສງ​ສະຫວ່າງ​ຢູ່ ເຈົ້າ​ທັງຫລາຍ​ໄດ້​ຊື່ນຊົມ​ຍິນດີ​ກັບ​ແສງ​ສະຫວ່າງ​ຂອງ​ລາວ​ນັ້ນ​ພຽງ​ຊົ່ວຄາວ. 36ແຕ່​ເຮົາ​ມີ​ຄຳ​ພະຍານ​ທີ່​ສຳຄັນ​ກວ່າ​ຄຳ​ພະຍານ​ຂອງ​ໂຢຮັນ​ອີກ​ຄື: ວຽກງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ແມ່ນ​ງານ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ. 37ຝ່າຍ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ ເຈົ້າ​ທັງຫລາຍ​ບໍ່ເຄີຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ ແລະ​ບໍ່ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ. 38ເຈົ້າ​ທັງຫລາຍ​ບໍ່ມີ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ໃນ​ໃຈ. ດ້ວຍວ່າ, ເຈົ້າ​ທັງຫລາຍ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ. 39ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ, 40ແຕ່​ເຖິງປານນັ້ນ ເຈົ້າ​ທັງຫລາຍ​ກໍ​ຍັງ​ບໍ່​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.”
41“ເຮົາ​ບໍ່​ຕ້ອງການ​ຮັບ​ເອົາ​ກຽດຕິຍົດ ຄຳ​ຊົມເຊີຍ​ຈາກ​ມະນຸດ. 42ແຕ່​ເຮົາ​ຮູ້​ວ່າ ເຈົ້າ​ທັງຫລາຍ​ບໍ່ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ໃນ​ໃຈ​ເລີຍ. 43ເຮົາ​ໄດ້​ມາ​ໃນ​ພຣະນາມ​ພຣະບິດາເຈົ້າ​ຂອງເຮົາ ແລະ​ເຈົ້າ​ທັງຫລາຍ​ກໍ​ບໍ່​ຕ້ອນຮັບ​ເຮົາ, ແຕ່​ເມື່ອ​ຄົນອື່ນ​ມາ​ໃນ​ນາມຊື່​ຂອງ​ຕົນເອງ ພວກເຈົ້າ​ກໍ​ຕ້ອນຮັບ​ຜູ້ນັ້ນ 44ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ, 45ຢ່າ​ຄິດ​ວ່າ ເຮົາ​ຟ້ອງ​ເຈົ້າ​ທັງຫລາຍ​ຕໍ່​ພຣະບິດາເຈົ້າ ມີ​ຜູ້​ຟ້ອງ​ພວກເຈົ້າ​ແລ້ວ ຄື​ໂມເຊ ຜູ້​ຊຶ່ງ​ພວກເຈົ້າ​ມອບ​ຄວາມຫວັງ​ນຳ​ນັ້ນ. 46ຖ້າ​ເຈົ້າ​ທັງຫລາຍ​ເຊື່ອ​ໃນ​ໂມເຊ​ຢ່າງ​ແທ້ຈິງ ພວກເຈົ້າ​ກໍ​ຄົງ​ຈະ​ເຊື່ອ​ໃນ​ເຮົາ​ແລ້ວ​ເໝືອນກັນ ເພາະ​ໂມເຊ​ໄດ້​ຂຽນ​ໄວ້​ກ່ຽວກັບ​ເລື່ອງ​ເຮົາ. 47ໃນ​ເມື່ອ​ເຈົ້າ​ທັງຫລາຍ​ບໍ່​ເຊື່ອ​ເລື່ອງ​ທີ່​ໂມເຊ​ຂຽນ​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ຄຳ​ເວົ້າ​ຂອງເຮົາ​ໄດ້​ຢ່າງ​ໃດ?”

Currently Selected:

ໂຢຮັນ 5: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy