YouVersion Logo
Search Icon

ໂຢຮັນ 3

3
ພຣະເຢຊູເຈົ້າ ແລະ ນີໂກເດມ
1ມີ​ເຈົ້ານາຍ​ຂອງ​ພວກ​ຢິວ​ຄົນ​ໜຶ່ງ​ຊື່​ວ່າ, ນີໂກເດມ ທີ່​ສັງກັດ​ຢູ່​ໃນ​ຄະນະ​ຟາຣີຊາຍ. 2ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”
3ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”
4ນີໂກເດມ​ຖາມ​ວ່າ, “ຄົນເຖົ້າ​ແລ້ວ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງຕົນ​ເທື່ອ​ທີ​ສອງ ແລ້ວ​ເກີດ​ມາ​ໄດ້​ບໍ?” 5ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້. 6ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ. 7ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່. 8ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”
9ນີໂກເດມ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຫດການ​ນີ້​ເປັນ​ໄປ​ໄດ້​ຢ່າງ​ໃດ?”
10ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຊາດ​ອິດສະຣາເອນ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ສິ່ງ​ເຫຼົ່ານີ້​ບໍ? 11ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພວກເຮົາ. 12ຖ້າ​ເຈົ້າ​ບໍ່​ເຊື່ອ ເມື່ອ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ. ດັ່ງນັ້ນ ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ ຖ້າ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ສະຫວັນ? 13ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.
14ໂມເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ນັ້ນ, 15ເພື່ອ​ວ່າ ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ມີ​ຊີວິດ​ນິຣັນດອນ. 16ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ. 17ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຊ້​ພຣະບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່ແມ່ນ​ເພື່ອ​ຕັດສິນ​ລົງໂທດ​ມະນຸດ​ສະໂລກ ແຕ່​ເພື່ອ​ມະນຸດ​ສະໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພຣະບຸດ​ນັ້ນ. 18ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍ​ບໍ່​ຖືກ​ຕັດສິນ​ລົງໂທດ, ແຕ່​ຜູ້​ທີ່​ບໍ່​ວາງໃຈເຊື່ອ ກໍ​ຖືກ​ຕັດສິນ​ລົງໂທດ​ແລ້ວ ເພາະ​ລາວ​ບໍ່ໄດ້​ວາງໃຈເຊື່ອ​ໃນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ. 19ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ​ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ​ສະຫວ່າງ ເພາະ​ການ​ກະທຳ​ຂອງ​ພວກເຂົາ​ຊົ່ວ. 20ດ້ວຍວ່າ, ທຸກຄົນ​ທີ່​ເຮັດ​ຊົ່ວ ກໍ​ກຽດຊັງ​ຄວາມ​ສະຫວ່າງ ແລະ​ຈະ​ບໍ່​ມາ​ຫາ​ຄວາມ​ສະຫວ່າງ ເພາະ​ຢ້ານ​ວ່າ ການ​ກະທຳ​ຂອງຕົນ​ນັ້ນ​ຈະ​ຖືກ​ເປີດເຜີຍ. 21ແຕ່​ທຸກຄົນ​ທີ່​ເຮັດ​ຕາມ​ຄວາມຈິງ ກໍ​ມາ​ຫາ​ຄວາມ​ສະຫວ່າງ ເພື່ອ​ໃຫ້​ເຫັນ​ວ່າ​ການ​ກະທຳ​ຂອງຕົນ​ໄດ້​ເຮັດ​ຕາມ​ພຣະເຈົ້າ.”
ພຣະເຢຊູເຈົ້າ ແລະ ໂຢຮັນ​ບັບຕິສະໂຕ
22ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ກໍໄດ້​ໄປ​ແຂວງ​ຢູດາຍ ໃນ​ທີ່ນັ້ນ ພຣະອົງ​ໄດ້​ພັກ​ຢູ່​ກັບ​ພວກເຂົາ ແລະ​ໃຫ້​ຮັບ​ບັບຕິສະມາ. 23ສ່ວນ​ໂຢຮັນ ກໍ​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ເໝືອນກັນ​ທີ່​ບ້ານ​ໄອນົນ ໃກ້​ກັບ​ບ້ານ​ຊາລິມ ເພາະ​ຢູ່​ໃນ​ທີ່ນັ້ນ​ມີ​ນໍ້າ​ຫລາຍ, ປະຊາຊົນ​ໄດ້​ໄປ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບຕິສະມາ. ( 24ດ້ວຍວ່າ, ໃນ​ເວລາ​ນັ້ນ​ໂຢຮັນ​ຍັງ​ບໍ່​ທັນ​ເຂົ້າ​ຄຸກ​ເທື່ອ).
25ສິດ​ຂອງ​ໂຢຮັນ​ບາງຄົນ​ໄດ້​ຖົກຖຽງ​ກັບ​ຄົນ​ຢິວ​ຜູ້ໜຶ່ງ ກ່ຽວກັບ​ການ​ຊຳລະ​ລ້າງ​ຕາມ​ປະເພນີ. 26ສິດ​ເຫຼົ່ານັ້ນ ຈຶ່ງ​ໄປ​ບອກ​ໂຢຮັນ​ວ່າ, “ພຣະອາຈານ​ເອີຍ ທ່ານ​ຈື່​ຄົນ​ທີ່​ເຄີຍ​ຢູ່​ກັບ​ທ່ານ ທາງດ້ານ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ຜູ້​ທີ່​ທ່ານ​ເວົ້າ​ເຖິງ​ນັ້ນ​ຫລື​ບໍ່? ດຽວ​ນີ້​ເພິ່ນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ ແລະ​ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ.”
27ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ. 28ພວກເຈົ້າ​ເປັນ​ພະຍານ​ໄດ້ ໃນ​ຄຳ​ເວົ້າ​ຂອງເຮົາ​ທີ່​ວ່າ, ‘ເຮົາ​ບໍ່ແມ່ນ​ພຣະຄຣິດ ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນ​ໜ້າ​ພຣະອົງ.’ 29ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ. 30ພຣະອົງ​ນັ້ນ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”
ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ
31ພຣະອົງ​ຜູ້​ທີ່​ມາ​ຈາກ​ເບື້ອງ​ເທິງ ກໍ​ເໜືອ​ກວ່າ​ທຸກສິ່ງ, ສ່ວນ​ຜູ້​ທີ່​ມາ​ຈາກ​ແຜ່ນດິນ ຍ່ອມ​ເປັນ​ຝ່າຍ​ໂລກ ແລະ​ເວົ້າ​ເຖິງ​ເລື່ອງ​ໂລກ ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ. 32ພຣະອົງ​ບອກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ​ແລະ​ໄດ້ຍິນ ແຕ່​ບໍ່ມີ​ຜູ້ໃດ​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ. 33ແຕ່​ຜູ້​ທີ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ​ກໍ​ຢືນຢັນ​ວ່າ ພຣະເຈົ້າ​ຊົງ​ເປັນ​ຈິງ. 34ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ. 35ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ. 36ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.

Currently Selected:

ໂຢຮັນ 3: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy